ຄະນະຜູ້ແທນສິລະປະຂອງມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໄດ້ຮັບເຊີນເຂົ້າຮ່ວມງານລຽງຕ້ອນຮັບເພື່ອສະເຫຼີມສະຫຼອງວັນບັນຈົບຄົບຮອບ 50 ປີ ການສ້າງຄວາມສຳພັນທາງການທູດລະຫວ່າງຈີນ–ໄທ ທີ່ຈັດໂດຍສະຖານກົງສຸນໃຫຍ່ປະເທດຈີນ ປະຈຳຊຽງໃໝ່.

Time: 2025-07-01 Source: GUFL

 

ໃນວັນທີ 1 ເດືອນກໍລະກົດ ທ່ານ ເສີນໄຫຜີງ ກົງສຸນໃຫຍ່ປະເທດຈີນ ປະຈຳຊຽງໃໝ່ລາຊະອານາຈັກໄທ ໄດ້ຈັດງານລຽງຕ້ອນຮັບຢ່າງຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີ ການສ້າງສາຍສຳພັນທາງການທູດລະຫວ່າງຈີນ–ໄທ. ທ່ານ ຈ່າງ ຢູນຈື້ ຫົວໜ້າຜະແນກຮ່ວມມືສາກົນ ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໄດ້ນຳຄະນະຜູ້ແທນສິລະປະຂອງGUFL ເຂົ້າຮ່ວມງານດັ່ງກ່າວຕາມຄໍາເຊີນ ຮ່ວມກັບຜູ້ເຂົ້າຮ່ວມກວ່າ 1,000 ຄົນຈາກວົງການສຶກສາ ເພື່ອຮ່ວມສະເຫຼີມສະຫຼອງເຫດການສຳຄັນດັ່ງກ່າວນີ້ ແລະເພີ່ມພະລັງໃໝ່ໃຫ້ແກ່ຄວາມຮ່ວມມືດ້ານການສຶກສາລະຫວ່າງຈີນ–ໄທ.

一审:覃海伦 二审:黄琦蔚 三审:梁淑辉