ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດພິທີເປີດປ້າຍສະພາການຄ້າຂອງມະຫາວິທະຍາໄລຢູ່ທີ່ນະຄອນບາງກອກປະເທດໄທ.

Time: 2025-02-16 Source: GUFL

        ໃນວັນທີ 16 ເດືອນກຸມພາ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດພິທີເປີດປ້າຍສະພາການຄ້າ GUFL ປະເທດໄທ ທີ່ນະຄອນບາງກອກ. ທ່ານດຣ. ຈູ່ກຸ້ຍລິງ ປະທານສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຮ່ວມກັບທ່ານຫວັງກວາງປິນ ປະທານກຸ່ມທຸລະກິດໄທເນີງ ແລະ ປະທານສະພາການຄ້າ GUFL ໃນປະເທດໄທ ພ້ອມກັນເປີດປ້າຍຢ່າງເປັນທາງການ. ໃນພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມເຊັ່ນ ຄະນະສະພາບໍລິຫານ GUFL, ຕົວແທນສະພາການຄ້າສຸພາບສັດຕີກວາງຊີ, ຕົວແທນສິດເກົ່າ ແລະ ຕົວແທນນັກສຶກສາຕ່າງປະເທດ. ການເປີດປ້າຍໃນຄັ້ງນີ້ຖືວ່າປະສົບຄວາມສຳເລັດ ແລະ ເປັນຈຸດເລີ່ມຕົ້ນຢ່າງເປັນທາງການຂອງແພຼດຟອມຄວາມຮ່ວມມືໃໝ່ ທີ່ເຕົ້າໂຮມກຳລັງສິດເກົ່າ ສ້າງກົດໄກ “ມະຫາວິທະຍາໄລ–ວິສາຫະກິດ–ສະພາການຄ້າ” ແບບໃໝ່ ແລະ ເສີມຂະຫຍາຍການສຶກສາກັບອຸດສາຫະກຳເຂົ້າສູ່ລ່ວງເລິກ.

一审:覃海伦 二审:黄琦蔚 三审:梁淑辉