“ວິຊາສະເພາະ+ພາສາຕ່າງປະເທດ” | ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຮັບຜົນງານດີເດັ່ນໃນການແຂ່ງຂັນກ່າວປາໄສພາສາໄທ

Time: 2024-07-16 Source: GUFL

ຫວ່າງບໍ່ດົນມານີ້ ສະຖານກົງສຸນລາຊອານາຈັກໄທ ປະຈຳນະຄອນໜານໜິງ ໄດ້ຮ່ວມກັບມະຫາວິທະຍາໄລຊົນເຜົ່າກວງຊີ ຈັດງານແຂ່ງຂັນທັກສະພາສາໄທ ແລະ ການປາໄສພາສາໄທຂອງນັກສຶກສາມະຫາວິທະຍາໄລໃນກວາງຊີ ຄັ້ງທີ 17 ຂຶ້ນທີ່ນະຄອນໜານໜິງ. ໃນການແຂ່ງຂັນພາຍໃນກຸ່ມວິຊາສະເພາະ ມີນັກສຶກສາ 21 ຄົນ ຈາກມະຫາວິທະຍາໄລ 11 ແຫ່ງໃນກວາງຊີເຂົ້າຮ່ວມ ແລະ ໃນກຸ່ມບໍ່ແມ່ນວິຊາສະເພາະ ມີ 15 ທີມ (30 ຄົນ) ຈາກ 8 ມະຫາວິທະຍາໄລເຂົ້າຮ່ວມແຂ່ງຂັນ.

一审:覃海伦 二审:黄琦蔚 三审:梁淑辉