ນັກສຶກສາຕ່າງປະເທດຈາກປະເທດອາຊີຕາເວັນອອກສຽງໃຕ້ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຖືກເຊີນໃຫ້ເຂົ້າຮ່ວມຊຸດກິດຈະກຳ "ວັນທີສາມເດືອນສາມ"

Time: 2024-04-11 Source: GUFL

    ໃນວັນທີ 10 ເມສາ ນັກສຶກສາຕ່າງປະເທດຈາກປະເທດອາຊີຕາເວັນອອກສ່ຽງໃຕ້ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຖືກເຊີນໃຫ້ເຂົ້າຮ່ວມຊຸດກິດຈະກຳ "ວັນທີສາມເດືອນສາມ" ທີ່ຈັດຂຶ້ນໂດຍສູນລວມສິນຄ້າເອກະລັກ ຈີນ–ອາຊຽນ. ໃນສະຖານທີ່ຈັດງານ ນັກສຶກສາຂອງພວກເຮົາໄດ້ສະແດງຟ້ອນລຳປະເພນີຂອງປະເທດຕ່າງໆໃນອາຊີຕາເວັນອອກສ່ຽງໃຕ້ ແລະເຂົ້າຮ່ວມກິດຈະກຳຫົດນໍ້າ ພ້ອມທັງໄດ້ໂຄສະນາວັດທະນະທຳຂອງປະເທດອາຊີຕາເວັນອອກສຽງໃຕ້ໃຫ້ແກ່ຜູ້ເຂົ້າຊົມ. ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ໃຫ້ການສົ່ງເສີມການພັດທະນາເສດຖະກິດພາກພື້ນຢ່າງເຕັມທີ່ ແລະນັກສຶກສາຕ່າງປະເທດຂອງພວກເຮົາເອງກໍໄດ້ເຮັດໜ້າທີ່ເປັນທູດທາງວັດທະນະທຳ ໃນການສ້າງສະພານການຮ່ວມມືດ້ານເສດຖະກິດ ແລະການສຶກສາ ລະຫວ່າງຈີນ ແລະປະເທດອາຊຽນ.

一审:覃海伦 二审:黄琦蔚 三审:梁淑辉