ໃນພາກຮຽນນີ້, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຕ້ອນຮັບນັກສຶກສາຕ່າງປະເທດຈຳນວນເກືອບ 200 ຄົນ ຈາກປະເທດໄທ, ຫວຽດນາມ, ລາວ ແລະປະເທດອື່ນໆ. ເພື່ອຊ່ວຍໃຫ້ນັກສຶກສາໄດ້ຮູ້ຈັກ ແລະຮັບຮູ້ເຖິງຄວາມສະເໜ່ຫາຂອງວັດທະນະທຳຈີນຢ່າງໃກ້ຊິດ, ໃນວັນທີ 25 ພະຈິກ, ພາຍໃຕ້ການນຳພາຂອງ ຮອງສາດສະດາຈານ ອູ່ກຸ້ຍມິງ ຮອງອະທິການບໍດີ ນັກສຶກສາຕ່າງປະເທດຈຳນວນ 150 ຄົນ ຂອງມະຫາວິທະຍາໄລ ໄດ້ໄປຮ່ວມກິດຈະກຳທັດສະນະສຶກສາວັດທະນະທຳຈີນ ທີ່ສວນເມືອງປູກພືດໜານໜີງ (Nanning Garden Expo Park).