ໂຄງການຍົກລະດັບຄວາມເປັນສາກົນ | ໄປຕອກບັດທີ່ເມືອງຊຽງໃໝ່! ມາເບິ່ງກັນວ່ານັກສຶກສາທີ່ໄປຮຽນຕໍ່ຕ່າງປະເທດ ໄດ້ໄປສຳຜັດປະສົບການຢູ່ໃສແດ່!

Time: 2023-11-08 Source: GUFL

        ເມື່ອບໍ່ດົນມານີ້, ນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ທີ່ເຂົ້າຮ່ວມໂຄງການຍົກລະດັບຄວາມເປັນສາກົນ ໃນປະເທດໄທ ໄດ້ໄປທັດສະນະສຶກສາພາຍໃຕ້ການນຳພາຂອງທ່ານເສີນສີສຽນ ຮອງສາດສະດາຈານ ຮອງຜູ້ອຳນວຍການ(ຮັບຜິດຊອບການບໍລິຫານ)ຄະນະພາສາເອີລົບ-ອາເມລິກາ ແລະ ທ່ານຢາວຄັງ ຮອງສາດສະດາຈານ ຮອງຜູ້ອຳນວຍການຄະນະພາສາເອີລົບ-ອາເມລິກາ. ມີຄູອາຈານ ແລະ ນັກສຶກສາທັງໝົດ 20 ຄົນ ໄດ້ໄປຢ້ຽມຊົມພິພິດທະພັນແຫ່ງຊາດຊຽງໃໝ່, ສະຖາບັນຂົງຈື້ມະຫາວິທະຍາໄລຊຽງໃໝ່ ແລະ ໄດ້ສຳຜັດວັດທະນະທຳຂອງໄທຢ່າງໃກ້ຊິດ, ພ້ອມທັງຮັບຮູ້ຄວາມເປັນຢູ່ ແລະ ທິວທັດທຳມະຊາດຂອງປະເທດໄທຢ່າງເຕັມທີ່.

一审:覃海伦 二审:黄琦蔚 三审:梁淑辉