ລະດູບານໃໝ່ໝູນວຽນມາ ເຖິງມື້ງານວັນທີສາມເດືອນສາມອີກຄັ້ງ. ເພື່ອຊ່ວຍສົ່ງເສີມໃຫ້ຊາວໜຸ່ມຢຶດໝັ້ນທັດສະນະ ໃນການມອງເຫັນປະເທດຊາດ ຊົນເຜົ່າ ວັດທະນະທຳ ແລະປະຫວັດສາດຢ່າງຖືກຕ້ອງ ໃຫ້ສຽງເພງເອົາໃຈຊົນເຜົ່າແຫ່ງຄວາມສາມັກຄີດັງກອງກັງວານ ພ້ອມທັງສົ່ງເສີມວັດທະນະທຳປະເພນີຂອງຊົນເຜົ່າ ແລະເພື່ອໃຫ້ນັກສຶກສາໄດ້ຮັບຮູ້ບັນຍາກາດຂອງງານປະເພນີ ແລະຄວາມງາມຂອງວັດທະນະທຳຊົນເຜົ່າຈ້ວງ ໃນວັນທີ 18 ແລະ 19 ເດືອນເມສາ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດກິດຈະກຳສຳຜັດວັດທະນະທຳພື້ນເມືອງວັນທີສາມເດືອນສາມຢ່າງຄືກຄື້ນ ທີ່ວິທະຍາເຂດອູເຫີ ແລະ ວິທະຍາເຂດຄົງກັງ(ສະໜາມບິນ).