ສູນຕິດຕໍ່ພົວພັນນັກສຶກສາເກົ່າມະຫາວິທະຍາໄລພາສາຕ່າງປະເທດກວາງຊີ (ໜານໜີງ) ໄດ້ຕ້ອນຮັບວິສາຫະກິດນັກສຶກສາເກົ່າ 9 ບໍລິສັດ ເຂົ້າປະຈຳ ແລະ ຮ່ວມສ້າງແພດຟອມໃໝ່ຂອງ “ການປະສານ 3 ຕ່ອງໂສ້” ເພື່ອສະໜັບສະໜູນການພັດທະນາໃນພາກພື້ນ

Time: 2025-09-15 Source: GUFL

    ໃນໂອກາດການເປີດງານຄັ້ງທີ 22 ຂອງການວາງສະແດງສິນຄ້າຈີນ–ອາຊຽນຢູ່ໜານໜີງ ກວາງຊີ, ສູນຕິດຕໍ່ພົວພັນນັກສຶກສາເກົ່າມະຫາວິທະຍາໄລພາສາຕ່າງປະເທດກວາງຊີ (ໜານໜີງ) ໄດ້ຕ້ອນຮັບ 9 ບໍລິສັດນັກສຶກສາເກົ່າ ທີ່ໄດ້ເຊັນສັນຍາເຂົ້າປະຈຳສ້າງທຸລະກິດ. ນາງ ຈູ່ ກຸ້ຍຫຼິງ, ປະທານຜູ້ສ້າງຕັ້ງມະຫາວິທະຍາໄລ ທັງເປັນປະທານສະມາຄົມໃຫຍ່ນັກສຶກສາເກົ່າຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ແລະຕົວແທນນັກສຶກສາເກົ່າຜູ້ດີເດັ່ນ ໄດ້ຮ່ວມງານໃນງານພິທີເປີດປ້າຍທີ່ວິສາຫະກິດນັກສຶກສາເກົ່າເຂົ້າປະຈຳ.

    ບໍລິສັດນັກຮຽນເກົ່າທີ່ໄດ້ເຊັນສັນຍາເຂົ້າປະຈຳສູນດັ່ງກ່າວນີ້ມາຈາກປະເທດອາຊຽນຕ່າງໆ ເຊັ່ນ ຫວຽດນາມ ແລະ ໄທ, ຊຶ່ງມີທຸລະກິດລວມເຖິງການຄົ້ນຄວ້າປັນຍາປະດິດ, ທຸລະກິດການຄ້າຂ້າມແດນ, ການສຶກສາພາສາ, ວັດທະນະທຳ ແລະ ເທັກໂນໂລຢີ ແລະອື່ນໆ.ການຮ່ວມມືຄັ້ງນີ້ເປັນສັນຍາລັກທີ່ມະຫາວິທະຍາໄລພາສາຕ່າງປະເທດໄດ້ມີບາດກ້າວອັນອັນສຳຄັນທີ່ໄດ້ສົ່ງເສີມ “ຕ່ອງໂສ້ການສຶກສາ—ຕ່ອງໂສ້ອຸດສາຫະກຳ—ຕ່ອງໂສ້ນະວັດຕະກຳ”ໃຫ້ກົມກຽວກັນເຂົ້າສູ່ລວງເລິກ. ມະຫາວິທະຍາໄລຍັງໄດ້ສ້າງເວທີເພື່ອບໍລິການນັກສຶກສາເກົ່າໃນການເຕີບໂຕ ແລະ ສ້າງທຸລະກິດ, ແລະ ເສີມສ້າງການແລກປ່ຽນ ແລະ ຮ່ວມມື,ຊຸກຍູ້ສົ່ງເສີມການສ້າງສາພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການພັດທະນາປະສານສົມທົບກັນໃນພາກພື້ນຢ່າງບໍ່ຢຸດຢັ້ງ.

一审:覃海伦 二审:黄琦蔚 三审:梁淑辉