
ເມື່ອປີໃໝ່ເລີ່ມຕົ້ນ ລະດູບານໃໝ່ເຕັມໄປທົ່ວຜືນແຜ່ນດິນ; ທຸກຄົນຮ່ວມໃຈສະຫຼອງ ພ້ອມຄວາມຮັກຜູກພັນຕໍ່ບ້ານເກີດເມືອງນອນ. ໃນວັນທີ 14 ກຸມພາ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດກິດຈະກຳພົບປະສັງສັນສະຫຼອງປີໃໝ່ຈີນສຳລັບນັກສຶກສາລະດັບປະລິນຍາຕີ–ໂທ–ເອກທີ່ສຶກສາຢູ່ຕ່າງປະເທດ ຢ່າງສົມກຽດ ໃນນະຄອນຊຽງໃໝ່ ແລະ ນະຄອນບາງກອກ ປະເທດໄທ.
ນັກສຶກສາໄດ້ມາຮວມຕົວກັນຢ່າງອົບອຸ່ນ ເພື່ອຮ່ວມຕ້ອນຮັບປີໃໝ່ຕາມປະຕິທິນຈັນທະຄະຕິ ປີມ້າ ໃນດິນແດນຕ່າງປະເທດ ພ້ອມທັງແລກປ່ຽນຄວາມຮູ້ສຶກຜູກພັນຕໍ່ບ້ານເກີດເມືອງນອນ ແລະ ຮ່ວມສົນທະນາເຖິງຄວາມຝັນ ແລະ ຄວາມຫວັງໃນການເຕີບໃຫຍ່ຂອງອະນາຄົດ.