
ວັນທີ 3 ເດືອນມີນາ ປີ 2026, ຄະນະຜູ້ແທນຈາກມະຫາວິທະຍາໄລຂອນແກ່ນ (Khon Kaen University) ປະເທດໄທ ຈໍານວນ 68 ຄົນ ໄດ້ເຂົ້າຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ການເຂົ້າຢ້ຽມຢາມໃນຄັ້ງນີ້ ມີເປົ້າໝາຍເພື່ອສົ່ງເສີມ ແລະ ເພີ່ມພູນການແລກປ່ຽນດ້ານການສຶກສາ, ຂະຫຍາຍການຮ່ວມມືລະຫວ່າງສອງມະຫາວິທະຍາໄລ, ຮຽນຮູ້ແລກປ່ຽນປະສົບການຮ່ວມກັນ, ເສີມສ້າງມິດຕະພາບຢ່າງສະໜິດແໜ້ນ ແລະ ເພີ່ມພູູຄູນສ້າງໃຫ້ອຸດົມສຶກສາລະຫວ່າງຈີນ-ໄທຮ່ວມກັນພັດທະນາຢ່າງບໍ່ຢຸດຢັ້ງ.