
ໃນຕອນເຊົ້າວັນທີ 27 ເດືອນພຶດສະພາ ປີ 2026, ພິທີເຊັນສັນຍາຮ່ວມມື ລະຫວ່າງກົມວິທະຍຸໂທລະພາບກວາງຊີ ແລະ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດຂຶ້ນ ຢູ່ວິທະຍາເຂດອູເຫີ ຂອງມະຫາວິທະຍາໄລ.
ທ່ານ ມານຈ່າງເສ ຮອງຫົວໜ້າອົງການໂຄສະນາ-ອົບຮົ່ມຂອງຄະນະພັກເຂດກວາງຊີ, ເລຂາທິການກຸ່ມພັກ ທັງເປັນຫົວໜ້າກົມວິທະຍຸໂທລະພາບ ແລະ ທ່ານນາງ ເຫວີຍຊ້ຽນ ປະທານສະພາບໍລິຫານຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ພ້ອມດ້ວຍຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນເປີດປ້າຍ ສູນປະດິດສ້າງ ແລະ ເຜີຍແຜ່ວິດີໂອອອນລາຍ ແລະ ສູນແປລາຍການວິດີໂອພາສາອາຊຽນ. ນອກຈາກນີ້, ບັນດາທ່ານຍັງໄດ້ເຊັນສັນຍາກ່ຽວກັບແຜນການຝຶກອົບຮົມ ແລະ ຮ່ວມມືແລກປ່ຽນບຸກຄະລາກອນດ້ານລາຍການວິດີໂອໂດຍຫັນໜ້າໄປສູ່ອາຊຽນ.