
ເນັດຂ່າວຈີນສາຂາໜານໜີງ ວັນທີ 10 ມິຖຸນາ: ກິດຈະກຳທັດສະນະສຶກສາທ່ຽວຊົມງານວາງສະແດງສະເພາະສຳລັບນັກສຶກສາຕ່າງປະເທດຄັ້ງທຳອິດ ຫົວຂໍ້ "ປະດິດສ້າງຜົນງານສິລະປະຮູບແຕ້ມໃນຍຸກຈະເລີນຮຸ່ງເຮືອງ – ງານວາງສະແດງຜົນງານ ຊຸດຮູບແຕ້ມທຸກຍຸກສະໄໝຈີນ(ສະເພາະກວາງຊີ)" ໄດ້ຈັດຂຶ້ນທີ່ນະຄອນໜານໜີງ ກວາງຊີ ໃນວັນທີ 9 ມິຖຸນາ. ນັກສຶກສາຕ່າງປະເທດຫຼາຍກວ່າຮ້ອຍຄົນຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ລວມມີນັກສຶກສາຈາກປະເທດໄທ, ຫວຽດນາມ, ກຳປູເຈຍ, ມົງໂກນ ແລະ ປະເທດອື່ນໆ ໄດ້ເຂົ້າໄປຫໍສິລະປະກວາງຊີ ສຳຜັດບົດຮຽນສິລະປະຂ້າມຊາຍແດນຢ່າງໃກ້ຊິດຕິດແທດ.