
ໃນຕອນເຊົ້າວັນທີ 18 ກໍລະກົດ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດພິທີເປີດຫຼັກສູດໃຫ້ຄະນະທັດສະນະສຶກສາພາສາຈີນ ແລະ ວັດທະນະທຳພັກຮຽນລະດູຮ້ອນຈາກຣັດເຊຍ ຢູ່ຫ້ອງແປພາສາພ້ອມກັນ. ນີ້ແມ່ນຄັ້ງທຳອິດຂອງມະຫາວິທະຍາໄລ ທີ່ໄດ້ຮັບສະມາຊິກຄະນະທັດສະນະສຶກສາຈາກຣັດເຊຍ ຈຳນວນ 81 ທ່ານ ເຂົ້າຮຽນຫຼັກສູດພິເສດ, ເປັນສັນຍາລັກວ່າການຮ່ວມມືແລກປ່ຽນການສຶກສາສາກົນລະຫວ່າງຈີນ-ຣັດເຊຍ ໄດ້ບັນລຸຜົນສຳເລັດໃໝ່.