
ໃນລະຫວ່າງວັນທີ 29 ຫາ 31 ຕຸລາ, ທ່ານ ໂຈ່ວ ເຈີ້ນເຟີຍ ຮອງເລຂາຄະນະພັກ ແລະຮອງອະທິການບໍດີ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ເຂົ້າຮ່ວມກອງປະຊຸມການສຶກສາສາກົນຈີນປະຈຳປີຄັ້ງທີ 27. ໃນເວທີປາໄສຂະໜານ “ການປະຕິຮູບ, ປະດິດສ້າງ, ການຄົ້ນຄວ້າ ແລະ ການປະຕິບັດຕົວຈິງທີ່ຫັນການສຶກສາຊັ້ນສູງແບບປະຍຸກໃຊ້ໄປສູ່ສາກົນ”, ທ່ານໄດ້ນຳສະເໜີບົດປາໄສ ຫົວຂໍ້ “ເຊື່ອມໂຊງອາຊຽນ, ພາສາເຊື່ອມຕໍ່ໂລກ, ຫຼາກຫຼາຍພາສາສ້າງຂົວເຊື່ອມຕໍ່ຫົວໃຈ —— ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ອົບຮົມກໍ່ສ້າງບຸກຄະລາກອນສາກົນແບບປະສົມໃນຍຸກໃໝ່ ໂດຍເສີມຂະຫຍາຍການສຶກສາສາກົນເຂົ້າສູ່ລ່ວງເລິກ”. ທ່ານໄດ້ແບ່ງປັນປະສົບການການສຶກສາຂອງມະຫາວິທະຍາໄລຕາມເສັ້ນທາງການອົບຮົມກໍ່ສ້າງບຸກຄະລາກອນທີ່ມີລັກສະນະພິເສດ “ເຊື່ອມໂຍງອາຊຽນ, ພາສາເຊື່ອມຕໍ່ໂລກ” ໃນສາມມິຕິຄື: ນຳໃຊ້ຫຼາກຫຼາຍພາສາສະແດງສຽງຂອງຈີນໄດ້ຢ່າງແມ່ນຍໍາ, ໃຊ້ພາສາເປັນຂົວຊ່ວຍເຫຼືອຊາວໜຸ່ມອາຊຽນໃຫ້ເຂົ້າໃຈ ແລະເປັນມິດກັບຈີນ, ແລະສ້າງຂົວເຊື່ອມຕໍ່ດ້ານມະນຸດສະທຳດ້ວຍຄວາມເຂົ້າໃຈເຊິ່ງກັນແລະກັນ.