11 ບໍລິສັດທີ່ສ້າງໂດຍລູກສິດເກົ່າຈາກປະເທດອາຊຽນເຂົ້າປະຈຳໜານໜີງ A ເຊັນເຕີ ເພື່ອດຳເນີນທຸລະກິດ! ມະຫາວິທະຍາໄລພາສາຕ່າງປະເທດກວາງສີ ຈັບມືກັບບໍລິສັດສິດເກົ່າ ຮ່ວມກັນສ້າງຖານສູງນະວັດຕະກຳປັນຍາປະດິດ.

Time: 2025-06-29 Source: GUFL

 ໃນວັນທີ 29 ເດືອນມິຖຸນາ ສູນຮ່ວມມືນະວັດຕະກຳປັນຍາປະດິດ ຈີນ–ອາຊຽນ (ໜານໜີງ A ເຊັນເຕີ) ໄດ້ຈັດພິທີເຊັນສັນຍາແລະເຂົ້າປະຈຳສູນດັ່ງກ່າວຢ່າງເປັນທາງການ ຂອງກຸ່ມບໍລິສັດຈາກອາຊຽນຊຸດທຳອິດ ທີ່ເມືອງໜານໜິງ.     ບໍລິສັດ 11 ແຫ່ງທີ່ເຂົ້າຮ່ວມໃນຄັ້ງນີ້ ແມ່ນບໍລິສັດຂອງສິດເກົ່າຂອງມະຫາວິທະຍາໄລພາສາຕ່າງປະເທດກວາງສີ ຊຶິ່ງມາຈາກປະເທດອາຊຽນ ເຊັ່ນ ຫວຽດນາມ, ໄທ, ສິງກະໂປ ແລະອື່ນໆ, ໂດຍຄອບຄຸມດ້ານສຳຄັນເຊັ່ນ ການຄົ້ນຄ້ວາພັດທະນາປັນຍາປະດິດ, ການຄ້າລະຫວ່າງປະເທດ, ການສຶກສາອົບຮົມພາສາ ແລະ ຮາດແວຣ໌ອັດສະລິຍະ. ເຫດການນີ້ແມ່ນເຄື່ອງໝາຍຢືນຢັນວ່າມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໄດ້ສາມາດເຊື່ອມໂຊງ “ຕ່ອງໂສ້ການສຶກສາ—ຕ່ອງໂສ້ອຸດສາຫະກຳ—ຕ່ອງໂສ້ນະວັດຕະກຳ” ເຂົ້າສູ່ລ່ວງເລິກ ແລະ ໄດ້ຮັບຄວາມຄືບໜ້າອັນສຳຄັນ.

 

 

一审:覃海伦 二审:黄琦蔚 三审:梁淑辉