ໃນເຊົ້າວັນທີ 27 ເດືອນມິຖຸນາ ມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໄດ້ຈັດພິທີຈົບຊັ້ນ ແລະພິທີມອບປະລິນຍາຕີ ປີ 2025 ຢູ່ວິທະຍາເຂດອູເຫີ.ການນຳຄະນະສະພາບໍລິຫານ, ການນຳພັກແລະຝ່າຍບໍລິຫານ, ຕົວແທນນັກສຶກສາຈົບການສຶກສາ, ຄະນະພະນັກງານຂັ້ນກາງ ແລະ ຫົວໜ້າອາອຈານຂອງຫ້ອງຮຽນຈົບ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.ພາຍໃຕ້ຄຳອວຍພອນຈາກຄູອາຈານ ແລະຄອບຄົວ, ນັກສຶກສາປີ 2025 ກວ່າ 8,700 ຄົນ ໄດ້ອອກເດີນທາງສູ່ໂລກກວ້າງ ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງສີ.ພິທີໄດ້ຖ່າຍທອດສົດຜ່ານວິດີໂອ ແລະຮູບພາບພ້ອມກັນ ໂດຍມີຜູ້ຊົມສະສົມທັງໝົດຫຼາຍກວ່າ 200,000 ຄັ້ງ.