ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດກວງສີ ສະແດງພະລັງໜຸ່ມນ້ອຍ ໃນເວທີປາໄສການແພດສາກົນ

Time: 2025-05-15 Source: GUFL

 ຫວ່າງບໍ່ດົນມານີ້ ພາຍໃຕ້ແສງໄຟຂອງເວທີປາໄສການຮ່ວມມືນະວັດຕະກຳການແພດສາກົນປະຈຳປີ 2025, ຜິຈ່າພົງ ນັກສຶກສາສາວິຊາສະເພາະແປພາສາ ຈາກມະຫາວິທະຍາໄລພາສາຕ່າງປະເທດກວງສີ ໄດ້ໃຊ້ທັກສະວິຊາຊີບຂອງຕົນໃນການແປພາສາ ສ້າງຂົວຕໍ່ສື່ສານຂ້າມວັດທະນະທຳ ເພື່ອເປັນສ່ວນຮ່ວມສົ່ງເສີມໃນການສ້າງປະຊາຄົມຮ່ວມສຸຂາພາລາໄມມວນມະນຸດ ດ້ວຍພະລັງໜຸ່ມນ້ອຍ.  ງານຊຸມໜຸ່ມທີ່ຈັດຂຶ້ນຢູ່ເມືອງຝາງເສີງກາງນີ້ ມີຜູ້ເຂົ້າຮ່ວມຫຼາຍກວ່າ 400 ຄົນ ຈາກ 15 ປະເທດ ດັ່ງເຊັ່ນ: ລັດເຊຍ ອິນເດຍ ຫວຽດນາມ ແລະອື່ນໆ, ຊຶ່ງເປັນສັກຂີພິຍານໃນການແລກປ່ຽນປັນຍາການແພດແບບດັ້ງເດີມ ແລະ ພ້ອມກັນນັ້ນ ກໍເປັນການບັນທຶກເລື່ອງລາວອັນຕື້ນຕັນໃຈທີ່ຊາວໜຸ່ມອາສາສະໝັກທີ່ສ້າງຂົວຕໍ່ດ້ວຍພາສາ ແລະ ສ້າງວິນຍານດ້ວຍວັດທະນະທຳໃນຍຸກໃໝ່.

一审:覃海伦 二审:黄琦蔚 三审:梁淑辉