ບຸນວັດທະນະທຳ,ງານໂຊຮ້ອງເພງ ແລະ ຟ້ອນລຳ,ຫົດນໍ້າອວຍພອນ... ບຸນຫົດນໍ້າຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີນີ້ຈັ່ງແມ່ນມ່ວນເອົາແທ້!

Time: 2025-04-22 Source: GUFL

 

        ໃນຕອນບ່າຍຂອງວັນທີ 21-22 ເມສາ ມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໄດ້ຈັດພິທີເປີດງານເທດສະການວັດທະນະທໍາສາກົນຄັ້ງທີ 2 ແລະ ງານສົງການປະຈໍາປີ 2025 ຂຶ້ນຢ່າງຍິ່ງໃຫຍ່ ທີ່ວິທະຍາເຂດອູເຫີ ແລະ ວິທະຍາເຂດຄົງກາງ ພາຍໃຕ້ຫົວຂໍ້ “ສາມັກຄີປອງດອງກັນ ຮ່ວມໂຊກຊາຕາກັນ”. ສາດສະດາຈານໄຊຊາງຢົງ ອະທິການບໍດີກຽດຕິຄຸນ ພ້ອມດ້ວຍການນໍາພັກ ແລະ ຄະນະບໍລິຫານ ໄດ້ຮ່ວມເຂົ້າຮ່ວມກິດຈະກໍານີ້. ມີນັກສຶກສາ ແລະ ຄູອາຈານກວ່າ 3,000 ຄົນ ພ້ອມດ້ວຍຕົວແທນນັກສຶກສາຕ່າງປະເທດຈາກປະເທດໄທ ຫວຽດນາມ ແລະ ອື່ນໆ ກວ່າ 200 ຄົນ ມາເຕົ້າໂຮມກັນເດີ່ນກວ້າງຈັດງານໜ້າອາຄານມິງເຕີ ເພື່ອເປີດງານເທດສະການວັດທະນະທໍາລະດັບສາກົນໃນຄັ້ງນີ້. ທຸກຄົນໄດ້ເຕັ້ນລຳຢ່າງເຕັມທີ່, ໄດ້ຊິມອາຫານແຊບໆ, ຫົດນ້ຳຢ່າງມ່ວນຊື່ນ, ອວຍໄຊໃຫ້ພອນຊຶ່ງກັນແລະກັນ ພ້ອມພາກັນສຳຜັດກັບຄວາມກະຕືລືລົ້ນ ແລະ ເບີກບານມ່ວນຊື່ນດ້ວຍກັນ. 

一审:覃海伦 二审:黄琦蔚 三审:梁淑辉