ອາຈານຕ່າງປະເທດຈາກມາເລເຊຍ | ການສົນທະນາກັນກັບກວາງຊີແບບໄວໜຸ່ມຂອງອາຈານເສີນຢົງຊິນ ຊາວມາເລເຊຍ ທີ່ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ

Time: 2025-04-16 Source: GUFL

 

         ປະເທດມາເລເຊຍຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະໂດດເດັ່ນດ້ວຍບັນຍາກາດເຂດຮ້ອນ. ນັບແຕ່ເດືອນທັນວາ 2023 ເປັນຕົ້ນມາ ປະເທດຈີນ ແລະ ມາເລເຊຍໄດ້ຮ່ວມມືໃນການຍົກເລີກການຂໍວີຊ່າລະຫວ່າງກັນ. ຕັ້ງແຕ່ງານເອັກສະໂປ(ງານສະແດງສິນຄ້າ)ຈີນ-ອາຊຽນໄດ້ຕັ້ງຢູ່ເມືອງໜານໜີງຢ່າງຖາວອນເປັນຕົ້ນມາ, ຄວາມຮ່ວມມືລະຫວ່າງກວາງສີ ແລະປະເທດອາຊຽນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຜູ້ຄົນຈາກຫຼາຍປະເທດໃນອາຊຽນໄດ້ເຂົ້າມາກວາງສີເພື່ອປະກອບທຸລະກິດ, ເຮັດວຽກ ແລະ ດໍາລົງຊີວິດ ແລະໄດ້ຄ່ອຍໆກ້າວເຂົ້າສູ່ສັງຄົມຂອງທ້ອງຖິ່ນດ້ວຍຄວາມຮູ້ສຶກເປັນກັນເອງ.

         ຢູ່ມະຫາວິທະຍາໄລພາສາຕ່າງປະເທດກວາງສີ ມີອາຈານຕ່າງປະເທດຈາກມາເລເຊຍຄົນໜຶ່ງຊື່ວ່າ ເສີນຢົງຊິນ ຜູ້ໄດ້ເຮັດວຽກຢູ່ນີ້ 3 ປີແລ້ວ. ຢູ່ໃນຜືນແຜ່ນດິນທີ່ເຕັມໄປດ້ວຍຄວາມຮ້ອນແຮງນີ້, ນາງໄດ້ໃຊ້ການກະທໍາເປັນຮູບປະທຳຂຽນເປັນບົດຄວາມອັນງົດງາມແຫ່ງຄວາມຫຼາກຫຼາຍ ແລະ ປອງດອງກັນລະຫວ່າງຈີນ-ມາເລເຊຍ.

一审:覃海伦 二审:黄琦蔚 三审:梁淑辉