ຫວ່າງບໍ່ດົນມານີ້ ທ່ານໄບຢາສີ (Allan H. Barr) ສາດສະດາຈານປະຈຳພາກວິຊາພາສາ ແລະ ວັນນະຄະດີອາຊີ ມະຫາວິທະຍາໄລ Pomona ລັດເຄຣີຟໍເນຍສະຫະລັດອາເມລິກາ ແລະເປັນນັກຮຽນຮູ້ຈີນຊື່ດັງ ໄດ້ນໍາປະສົບການແປວັນນະຄະດີກວ່າ 30 ປີ ມາປະກອບການບັນຍາຍທາງວິຊາການທີ່ມະຫາວິທະຍາໄລພາສາຕ່າງປະເທດກວາງສີ ໃນຫົວຂໍ້ “ເສັ້ນທາງການຂ້າມຜ່ານສິ່ງກີດຂວາງຂອງຜູ້ຖ່າຍທອດວັນນະຄະດີ: ການແປ ແລະ ເຜີຍແຜ່ຜົນງານຂຽນຂອງຢຸຍຫົວ ໃນສະຫະລັດ”.
ການບັນຍາຍນີ້ ຖືກວາງແຜນ ແລະ ດໍາເນີນການໂດຍ ດຣ. ສິນຈ້ຽນ ຮອງຜູ້ອຳນວຍການຄະນະວັນນະຄະດີ ແລະ ທ່ານສຸຍຊ້ຽງສູນ ຮອງສາດສະອາຈານເປັນຜູ້ດໍາເນີນ. ກິດຈະກໍານີ້ໄດ້ດຶງດູດຄວາມສົນໃຈຈາກນັກສຶກສາ ແລະ ຄູອາຈານໃນມະຫາວິທະຍາໄລ GUFL ຈໍານວນຫຼາຍ ພ້ອມດ້ວຍນັກຮຽນຮູ້ປັນຍາຊົນຈາກພາຍນອກ ເຊັ່ນ ສາດສະດາຈານ ຢາງເຫີຊວນ ຈາກຄະນະວັນນະຄະດີ ມະຫາວິທະຍາໄລສ້າງຄູຢຸ້ຍຫຼິ້ນ ແລະ ທ່ານຟົງຊານຊື ຮອງປະທານສະມາຄົມນັກປະພັນເມືອງໜານໜີງເປັນຕົ້ນ.