ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດງານກິດຈະກຳປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຄື່ນຂຶ້ນ ວັນທີ 3 ເດືອນ3 ເສີມຂະຫຍາຍຈິດວິນຍານຊົນເຜົ່າ ແລະ ສ້າງເປັນບຸກຄະລາກອນຄວາມເປັນສາກົນ”.

Time: 2025-03-25 Source: GUFL

        ໃນໂອກາດທີ່ວັນບຸນປະເພນີ "ວັນທີ 3 ເດືອນ 3" (ຈັນທະຄະຕິຈີນ)ຂອງກວາງຊີໃກ້ຈະມາຮອດ ໃນຕອນບ່າຍຂອງວັນທີ 25 ເດືອນມີນາ(ຄ.ສ) ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຈັດກິດຈະກຳພາຍໃຕ້ຫົວຂໍ້ “ຄື່ນຂຶ້ນ ວັນທີ 3 ເດືອນ 3 ເສີມຂະຫຍາຍຈິດວິນຍານຊົນເຜົ່າ ແລະ ສ້າງເປັນບຸກຄະລາກອນຄວາມເປັນສາກົນ”. ຜ່ານການສໍາຜັດກັບວັດທະນະທໍາພື້ນເມືອງໂດຍໃກ້ຊິດຕິດແທດ ເພື່ອປູກຝັງຄວາມຮັກຊາດຮັກບ້ານເມືອງ ແລະ ປະດິດສ້າງການສະແດງມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຈາກມຸມມອງສາກົນ. ສ້າງສະພາບແວດລ້ອມໃໝ່ໃນການສຶກສາທາງແນວຄິດການເມືອງທີ່ປະສົມປະສານ ຄື:“ແບບດັ້ງເດີມ-ທັນສະໄໝ” ແລະ “ຊົນເຜົ່າ-ສາກົນ” ຢ່າງໜັກແໜ້ນ,ບັນລຸການປະສານກັນຢ່າງກົງກັນຂອງການຖ່າຍທອດຄວາມຮູ້, ການແນະນຳທາງດ້ານຄ່ານິຍົມ ແລະ ການປະດິດສ້າງໃນການປະຕິບັດຕົວຈິງ.

 

一审:覃海伦 二审:黄琦蔚 三审:梁淑辉