ໃນຕອນບ່າຍຂອງວັນທີ 11 ເດືອນມີນາ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດພິທີເປີດປ້າຍສ້າງຕັ້ງຄະນະໃໝ່ 7 ຄະນະ ຢູ່ວິທະຍາເຂດອູເຫີ ຊຶ່ງປະກອບດ້ວຍ: ຄະນະສື່ສານມວນຊົນສາກົນ, ຄະນະສິລະປະອາຊຽນ, ຄະນະບໍລິຫານເສດຖະກິດດິຈິຕອນ, ຄະນະເຕັກໂນໂລຊີດິຈິຕອນ, ຄະນະປັນຍາປະດິດສ້າງ, ຄະນະການສຶກສາສາກົນ ແລະ ຄະນະສຸຂະພາບທົ່ວໄປ.ທັງນີ້ເປັນສັນຍາລັກອັນສຳຄັນທີ່ລະບຸວ່າ ການວາງແຜນ ແລະ ປັບປຸງສາຂາວິຊາ ແລະ ວິຊາສະເພາະຂອງ GUFL ໄດ້ກ້າວເຂົ້າສູ່ໄລຍະໃໝ່.