ນັກສຶກສາອາຊຽນຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ເດີນທາງໄປຍັງເມືອງລີ້ຈ່ຽງແຂວງຢຸນນານ ເພື່ອເຄື່ອນໄຫວສຳຜັດວັດທະນະທຳ ແລະການປະຕິບັດຕົວຈິງທາງສັງຄົມ.

Time: 2024-10-30 Source: GUFL

        ຫວ່າງບໍ່ດົນມານີ້, ນັກສຶກສາຕ່າງປະເທດອາຊຽນ ຈຳນວນກວ່າ 20 ຄົນ ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ເດີນທາງໄປເມືອງລີ້ຈ່ຽງເພື່ອສຳຜັດວັດທະນະທຳ ແລະ ການປະຕິບັດຕົວຈິງທາງສັງຄົມທີ່ຈັດຂຶ້ນໂດຍຄະນະການສຶກສາສາກົນຂອງ GUFL. ນັກສຶກສາໄດ້ໄປເລາະທ່ຽວເມືອງເກົ່າລີ້ຈ່ຽງ,ພູຫິມະມັງກອນແກ້ວ,ຫໍພິພິທະພັນປະຫວັດສາດວັດທະນະທຳຕົ່ງປ່າ ດັ່ງນີ້ເປັນຕົ້ນ ເພື່ອເດີນຕາມຮ່ອງຮອຍປະຫວັດສາດຂອງຕົວເມືອງເກົ່າ--ລີ້ຈ່ຽງ ແລະ ສຳຜັດກັບວັດທະນະທຳຈີນທີ່ມີຄວາມອຸດດົມສົມບູນ.

一审:覃海伦 二审:黄琦蔚 三审:梁淑辉