ໃນເດືອນຕຸລາ 2024 ຄະນະພາສາແລະວັດທະນະທຳເອີລົບ-ອາເມລິກາ ແລະຄະນະສິລະປະຂອງມະຫາວິທະຍາໄລຂອງພວກເຮົາໄດ້ສົ່ງຄະນະຜູ້ແທນຈໍານວນ 10 ຄົນໄປຍັງຮົງກົງ ແລະ ໄດ້ດຳເນີນການເຄື່ອນໄຫວແລກປ່ຽນວິຊາການຢ່າງມີປະສິດທິພາບຫຼາຍລາຍການ.
ໃນລະຫວ່າງວັນທີ 14 ຫາ 18 ຕຸລາ ຄະນະຜູ້ແທນນໍາໂດຍ ທ່ານເສີນສີສຽນ ຜູ້ອຳນວຍການປະຕິບັດງານຄະນະພາສາ ແລະ ວັດທະນະທຳເອີລັບ-ອາເມລິກາ ໄດ້ເຂົ້າຢ້ຽມຢາມ ແລະ ເຂົ້າຮ່ວມແລກປ່ຽນທາງວິຊາການກັບມະຫາວິທະຍາໄລຕ່າງໆ ຢ່າງເຊັ່ນ ມະຫາວິທະຍາໄລສະແດງສິລະປະຮົງກົງ, ມະຫາວິທະຍາໄລຫຼິງໜໍາ ແລະ ມະຫາວິທະຍາໄລເຮັງແຊງຂອງຮົງກົງ ໂດຍມີການສຳມະນາ ແລະ ປຶກສາຫາລືເພື່ອຮ່ວມມືກັນໃນດ້ານວິຊາການຢ່າງເລິກເຊິ່ງ.
ໃນວັນທີ 15 ຕຸລາ ທ່ານ ເຈົ້າສຽວເໝີຍ ຜູ້ອຳນວຍການປະຕິບັດງານຄະນະສິລະປະ ກໍໄດ້ນໍາຄະນະຜູ້ແທນໄປຢັງມະຫາວິທະຍາໄລສະແດງສິລະປະຮົງກົງ ເພື່ອເຂົ້າຮ່ວມການສົນທະນາທາງວິຊາການດ້ານເຕັກໂນໂລຢີການສະແດງ ໃນໄລຍະ 5 ມື້ ທີ່ໄດ້ເປີດໂອກາດໃຫ້ທັງສອງຝ່າຍໄດ້ມີການສຳມະນາກັນຢ່າງເລິກເຊິ່ງກ່ຽວກັບບົດບາດຂອງເຕັກໂນໂລຢີທີ່ມີຕໍ່ການພັດທະນາແລະສົ່ງເສີມສິລະປະການສະແດງແບບດັ້ງເດີມໃຫ້ປັບຕົວເຂົ້າກັນກັບສະໄໝໃໝ່.