ລະຫວ່າງວັນທີ 24-28 ເດືອນກັນຍາ ງານເອັກສະໂປຈີນ-ອາຊຽນ ຄັ້ງທີ 21 ແລະການປະຊຸມສຸດຍອດທາງທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ ໄດ້ຈັດຂຶ້ນໃນເມືອງໜານໜິງ ກວງຊີ ປະເທດຈີນ. ມະຫາວິທະຍາໄລຂອງພວກເຮົາໄດ້ສົ່ງອາຈານ ແລະ ນັກສຶກສາ ຈຳນວນເກືອບ 300 ຄົນ ເຂົ້າຮ່ວມໃນການບໍລິການອາສາສະໝັກໃນງານຄັ້ງນີ້ ເພື່ອຊ່ວຍໃຫ້ງານມະຫາກຳຄັ້ງນີ້ມີຄວາມໂດດເດັ່ນ ມີລະດັບສູງ ແລະ ມີຜົນສຳເລັດຢ່າງແທ້ຈິງ ອຸດທິດພະລັງຄົນໜຸ່ມໃນການສົ່ງເສີມການສ້າງປະຊາຄົມຮ່ວມຊະຕາກຳ ຈີນ-ອາຊຽນຢ່າງໃກ້ຊິດຕິດແທດຍິ່ງຂຶ້ນ.