CCTV13 ຂອງສະຖານີໂທລະພາບສູນກາງລາຍງານຂ່າວກ່ຽວກັບສີສັນກໍ່ສ້າງບຸກຄະລາກອນການຄ້າເອເລັກໂຕນິກຂ້າມແດນຂອງມະຫາວິທະຍາໄລກວາງຊີ

Time: 2024-09-23 Source: GUFL

    ຊ່ອງຂ່າວ CCTV13 ຂອງສະຖານີໂທລະພາບສູນກາງປະເທດຈີນ: ຮູບແບບຄວາມຮ່ວມມືໃໝ່ໃນດ້ານການຄ້າເອເລັກໂຕນິກຂ້າມແດນລະຫວ່າງປະເທດຂອງຈີນ ແລະ ອາຊຽນ ກຳລັງປະກົດຂຶ້ນໃໝ່ໆ ຢ່າງຕໍ່ເນື່ອງໃນກວງຊີ. ໃນເມືອງໜານໜິງ ຂອງກວງຊີ ໄດ້ສ້າງສູນຕິດຕາມຄວບຄຸມຂໍ້ມູນການຄ້າເອເລັກໂຕນິກຂ້າມແດນ 3 ແຫ່ງແລ້ວ ແລະໄດ້ຫຼຸດເວລາໃນການຜ່ານແດນໃຫ້ເຫຼືອພຽງ 1 ຊົ່ວໂມງ ດ້ວຍຄວາມສາມາດໃນການຜ່ານແດນສະເລ່ຍມື້ລະ 2 ລ້ານອໍເດີ. ໃນສະຖາບັນການສຶກສາ ແລະຖານຝຶກອົບຮົມ ຄວາມຮ່ວມມືທີ່ເລິກເຊິ່ງກວ່ານັ້ນ ກຳລັງເກີດຂຶ້ນ.ທີ່ມະຫາວິທະຍາໄລພາສາຕ່າງປະເທດກວງຊີ (GUFL) ນັກສຶກສາຈີນ ແລະ ຕ່າງປະເທດກຳລັງຮຽນແບບຈຳລອງຖ່າຍທອດສົດການຄ້າເອເລັກໂຕນິກຂ້າມແດນ.

    ມະຫາວິທະຍາໄລດພາສາຕ່າງປະເທດກວງຊີໄດ້ເປີດສອນວິຊາພາສາຕ່າງປະເທດໂດຍກວມລວມທຸກພາສາຂອງປະເທດສະມາຊິກ RCEP ແລະ ໄປຄຽງຄູ່ກັນກັບການເຕີບໂຕຢ່າງວ່ອງໄວຂອງອຸດສາຫະກຳການຄ້າເອເລັກໂຕນິກການຄ້າຂ້າມແດນໃນຊ່ວງຫຼາຍປີຫຼັງ ທາງ GUFL ຈຶ່ງໄດ້ເປີດສາຂາວິຊາການຄ້າເອເລັກໂຕນິກຂ້າມແດນເພື່ອກໍ່ສ້າງບຸກຄະລາກອນທາງດ້ານນີ້ທີ່ມີຄວາມຊຳນານ ໃນພື້ນທີ່ຂອງ RCEP.

一审:覃海伦 二审:黄琦蔚 三审:梁淑辉