ຂ່າວດີ: 3 ຫຼຽນເງິນ 1 ຫຼຽນທອງ! ທິມຟ້ອນມັງກອນ-ສິງໂຕຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ສ້າງຜົນງານດີເລີດອີກຄັ້ງໃໝ່!

Time: 2024-08-02 Source: GUFL

    ວັນທີ 29 ເດືອນກໍລະກົດ ການແຂ່ງຂັນຟ້ອນມັງກອນ-ສິງຂອງນັກສຶກສາມະຫາວິທະຍາໄລຈີນຄັ້ງທີ 16 (ຟ້ອນສິງ) ໄດ້ປິດຉລົງຢ່າງຈົບງາມທີ່ເມືອງຢົງຟຸກ ກວາງຊີ. ໃນຖານະແມ່ນໜຶ່ງໃນມະຫາກຳກິລາແບບແຂ່ງຂັນດັ້ງເດີມຂອງຈີນ ງານນີ້ໄດ້ດຶງດູດນັກກິລາຈາກມະຫາວິທະຍາໄລ 43 ແຫ່ງຈຳນວນຫຼາຍກວ່າ 600 ຄົນເຂົ້າຮ່ວມການແຂ່ງຂັນ. ທີມມັງກອນ-ສິງຂອງມະຫາໄລພວກເຮົາ ໄດ້ສະແດງຝີມືຢ່າງດີເດັ່ນ ແລະຄວ້າລາງວັນ 3 ຫຼຽນເງິນ ແລະ 1 ຫຼຽນທອງ.

    ໃນຈຳນວນນີ້ ປະກອບມີ:

    ລາງວັນຫຼຽນເງິນຟ້ອນສິງເພດຊາຍລີລາກຳນົດຮູບແບບຟ້ອນສິງໃຕ້

    ລາງວັນຫຼຽນເງິນຟ້ອນສິງເພດຊາຍລີລາເລືອກເອງຮູບແບບຟ້ອນສິງໃຕ້

    ລາງວັນຫຼຽນເງິນກຸ່ມພະນັກງານຄູອາຈານຟ້ອນສິງໃຕ້ແບບປະເພນີ

    ລາງວັນຫຼຽນທອງການຟ້ອນສິງໃຕ້ປະເພນີເພດຊາຍ

    ອັນດັບສອງຄະແນນລວມຂອງຄະນະເພດຊາຍ.

一审:覃海伦 二审:黄琦蔚 三审:梁淑辉