ຫວ່າງບໍ່ດົນມານີ້, ງານ "ສັບປະດາມໍລະດົກທາງວັດທະນະທຳທີ່ບໍ່ແມ່ນວັດຖຸ" ຈີນ–ອາຊຽນ (ນະຄອນໜານໜິງ) ຄັ້ງທີ 2 ທີ່ຮ່ວມຈັດໂດຍທະບວງວັດທະນະທຳ ແລະ ການທ່ອງທ່ຽວກວາງສີ ຮ່ວມກັບ ອຳນາດການປົກຄອງນະຄອງໜານໜີງໄດ້ຮັບການຈັດຂຶ້ນຢ່າງສຳເລັດສົມບູນທີ່ ເມືອງເກົ່າຢົ່ງໂຈ່·ສາມຖະໜົນສອງຮອມຕະຫຼາດ, ສະຖາບັນສຶກສາ "ຊິນຮຸຍ", ໂຮງລະຄອນຢົ່ງໂຈ່ ແລະ ໂຮງລະຄອນປະຊາຊົນ.
ນັກສຶກສາສາຂາພາສາອັງກິດຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ເຊັ່ນ ລີ ປິລິນ, ໄຊຈ້ຽນຢຸຍ, ຍົງວາຖີ ໄດ້ຮັບເຊີນໃຫ້ເຂົ້າຮ່ວມເປັນນັກແປມືອາຊີບໃນງານນີ້. ດ້ວຍຈິດສຳນຶກວິຊາຊີບ, ຄວາມສາມາດໃນການແປພາສາຢ່າງມືອາຊີບ ແລະ ຈິດໃຈທີ່ມຸ່ງໝັ້ນໃນການເຮັດວຽກ, ພວກເຂົາໄດ້ເປັນສະພານສື່ສານລະຫວ່າງປະເທດ ແລະ ມີສ່ວນຊ່ວຍໃຫ້ງານສັບປະດາມໍລະດົກທີ່ບໍ່ແມ່ນວັດຖຸຈີນ–ອາຊຽນ ຈັດຂຶ້ນຢ່າງສະດວກ ແລະ ສຳເລັດຜົນ.