ໃນລະຫວ່າງວັນທີ 19-21 ເດືອນເມສາ, ກິດຈະກໍາ “ການແຂ່ງຂັນກິລາປະເພນີຂອງຊົນເຜົ່າກວາງຊີ ແລະ ການສຳຜັດກັບວັດທະນະທຳຈີນ” ຄັ້ງທຳອິດ ສຳລັບນັກສຶກສາຕ່າງປະເທດໃນມະຫາວິທະຍາໄລຕ່າງໆ ກວາງຊີ ໄດ້ຖືກຈັດຂຶ້ນໂດຍ ຄະນະກໍາມະການການຄຸ້ມຄອງການສຶກສານັກສຶກສາຕ່າງປະເທດ ສັງກັດສະມາຄົມການສຶກສາຂັ້ນສູງຂອງກວາງຊີ ທີ່ມະຫາວິທະຍາໄລສ້າງຄູກວາງຊີ.
ນັກສຶກສາຊາວໄທຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ເຂົ້າຮ່ວມກິດຈະກໍານີ້ຢ່າງກະຕືລືລົ້ນ ແລະ ໃນການແຂ່ງຂັນກິລາປະເພນີ ໄດ້ຄວ້າລາງວັນອັນດັບສອງໃນລາຍການ "ໂຍນໝາກບານແສ່ວດອກໄມ້ໃສ່ກະຕ້າ (ທີມຍິງ)", ຊຶ່ງເປັນກຽດ ແລະ ຄວາມພາກພູມໃຈຢ່າງຍິ່ງ.