ເມື່ອງານບຸນວັດທະນະທຳສາກົນພົບປະກັບບຸນຫົດນໍ້າ ເວົ້າເບິ່ງມີໃຜບໍ່ອິດສາ!

Time: 2024-04-17 Source: GUFL

    ສຽງຄ້ອງສຽງກອງດັງຂຶ້ນ ແຜ່ຂະຫຍາຍຄວາມເບີກບານມ່ວນຊື່ນໄປທົ່ວມະຫາວິທະຍາໄລ. ໃນຕອນບ່າຍຂອງວັນທີ 16 ເດືອນເມສາ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຈັດງານບຸນວັດທະນະທຳນາໆ ຊາດປະຈຳປີ 2024 ແລະ ກິດຈະກໍາ “ຮ້ອງເພງຫົດນໍ້າ” ຢູ່ມະຫາວິທະໄລເຂດຄົງກາງ.

    ການນຳພັກ-ລັດຂອງມະຫາວິທະຍາໄລໄດ້ພ້ອມກັນເຂົ້າຮ່ວມງານ, ມີນັກສຶກສາ ແລະ ຄູອາຈານກວ່າ 2,000 ຄົນ ພ້ອມນັກສຶກສາຕ່າງປະເທດຫຼາຍກວ່າ 100 ຄົນ ຈາກປະເທດໄທ, ຫວຽດນາມ ແລະອື່ນໆ ໄດ້ມາຮ່ວມສະໃຈກັນເຕັ້ນລຳ ສາດນ້ຳສົດຊື່ນ ແລະ ແລກປ່ຽນຄວາມຍິນດີ ແລະ ຄຳອວຍພອນໃຫ້ກັນຢ່າງເຕັມທີ. ງານນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສາມັກຄີປອງດອງກັນ ໂຮມໂຊກຊາຕາກັນ”” ສະທ້ອນໃຫ້ເຫັນເຖິງວັດທະນະທຳທີ່ຫຼາກຫຼາຍ ແລະ ຄວາມສາມາດໃນການຢູ່ຮ່ວມກັນຢ່າງສັນຕິສຸກ.

一审:覃海伦 二审:黄琦蔚 三审:梁淑辉