ໜັງສືພິມຊິນຈິ່ງ: ວິຊາສະເພາະອີຄອມເມີດຂ້າມແດນຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີມີອະນາຄົດດີ

Time: 2024-03-05 Source: GUFL

    ຄຽງຄູ່ກັບການຂະຫຍາຍຕົວຂອງການກໍ່ສ້າງເສັ້ນທາງ “ໜຶ່ງແລວໜຶ່ງເສັ້ນທາງ” ວົງການການຄ້າເອເລັກໂຕນິກຂ້າມແດນໄດ້ຮັບໂອກາດພັດທະນາຢ່າງວ່ອງໄວ ແລະຄວາມຕ້ອງການບຸກຄະລາກອນທີ່ມີຄຸນນະພາບສູງໃນສາຍອາຊີບນີ້ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ.ເມື່ອບໍ່ດົນມານີ້ ນັກຂ່າວຂອງ “ໜັງສືພິມຊິນຈິ່ງ” ໄດ້ສຳພາດເຖິງສະຖານການຝຶກຝົນບຸກຄະລາກອນທາງດ້ານອີຄອມເມີດຂ້າມແດນຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ທ່ານນາງລຸຍລິງລີ້ ຮອງອະທິການບໍດີ ໄດ້ໃຫ້ສຳພາດວ່າ ທາງມະຫາວິທະຍາໄລຈະສືບຕໍ່ກໍ່ຮ່າງສ້າງຕົວຮູບແບບການກໍ່ສ້າງບຸກຄະລາກອນດ້ານອີຄອມເມີດຂ້າມແດນ ທີ່ເຊື່ອມໂຍງ “ວິຊາສະເພາະ + ພາສາຕ່າງປະເທດ + ຄວາມສາມາດດ້ານນະວັດຕະກໍາ ແລະ ສ້າງທຸລະກິດ”, ເພື່ອພັດທະນານັກສຶກສາໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບສູງ ມີນະວັດຕະກຳ ແລະຄວາມຮູ້ຫຼາຍດ້ານ ເພື່ອຮອງຮັບການພັດທະນາເຂດເສດຖະກິເສລີຈີນ–ອາຊຽນ ແລະການຂະຫຍາຍຕົວຂອງເສດຖະກິດ ແລະສັງຄົມໃນເຂດກວາງຊີ.

一审:覃海伦 二审:黄琦蔚 三审:梁淑辉