ນາງຈ່າງຊື່ລູ້ ເປັນນັກສຶກສາວິຊາສະເພາະພາສາກຳປູເຈຍ ລະດັບຊັ້ນປີ 2018 ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ຕັ້ງແຕ່ປີ 2022 ຈົນເຖິງປັດຈຸບັນ ໄດ້ເຂົ້າຮ່ວມເປັນອາສາສະໝັກສອນພາສາຈີນ ໃນໂຮງຮຽນມີນເຊີງ ນະຄອນພະນົມເປັນປະເທດກຳປູເຈຍ ແລະຮັບໜ້າທີ່ເປັນຫົວໜ້າຈຸອາສາສະໝັກການສຶກສາພາສາຈີນສາກົນ.
ເມື່ອຍັງເປັນນັກສຶກສາ ລາວເຄີຍໄດ້ຖືກເລືອກເປັນຕົວແທນນັກສຶກສາດີເດັ່ນ ໃນພິທີຈົບການສຶກສາປີ 2022 ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ແລະໄດ້ຂຶ້ນກ່າວຄຳປາຖະກະຖາໃນນາມຕົວແທນນັກສຶກສາຈົບໃໝ່. ໃນລະຫວ່າງການຮຽນ ລາວໄດ້ຮັບທຶນການສຶກສາສົ່ງເສີມກຳລັງໃຈແຫ່ງຊາດ ຫຼາຍຄັ້ງ ແລະໄດ້ຮັບການຍົກຍໍ່ໃຫ້ເປັນນັກສຶກສາດີເດັ່ນລະດັບເຂດປົກຄອງຕົນເອງ.
ໃນໄລຍະທີ່ສອນພາສາຈີນຢູ່ກຳປູເຈຍ ນາງຈ່າງຊື່ລູ້ ໄດ້ຮັບລາງວັນ “ລາງວັນຜູ້ແນະນໍາດີເດັ່ນ” ຈາກການແຂ່ງຂັນຂຽນບົດຄວາມສົດໃນໜ້າງານ “ລາງວັນທ່ານທູດ” ແລະລາງວັນ “ຜູ້ແນະນໍາດີເດັ່ນ” ໃນການແຂ່ງຂັນການປາໄສຂອງນັກຮຽນມັດທະຍົມ ພາຍໃຕ້ຫົວຂໍ້ “ມຸ່ງໜ້າສູ່ຄວາມຝັນ”.