ໃນໄລຍະເທດສະການບຸນກຸດຈີນ ທ່ານນາງເຫວີຍຊ້ຽນ ປະທານສະພາບໍລິຫານມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ເຂົ້າຢ້ຽມຢາມມະຫາວິທະຍາໄລນະຄອນບາງກອກ ປະເທດໄທ. ທ່ານ ດຣ. ພູຣັດ ໂອສະຖານຸໂກຣ (Dr. Phurat Osathanukroh) ອະທິການບໍດີຂອງມະຫາວິທະຍາໄລບາງກອກ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ທັງສອງຝ່າຍໄດ້ສົນທະນາກັນເຖິງການຮ່ວມມືໃນດ້ານການສິດສອນ ແລະຄົ້ນຄວ້າ, ການກໍ່ສ້າງບຸກຄະລາກອນ, ການແລກປ່ຽນທາງວິຊາການ ແລະໄດ້ລົງນາມຂໍ້ຕົກລົງຄວາມຮ່ວມມືຢ່າງເປັນທາງການ.