ຂຽນບົດໃໝ່ໃນເສັ້ນທາງສາຍໄໝທາງທະເລ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີກໍ່ສ້າງບຸກຄະລາກອນວິຊາພາສາຝຣັ່ງ ທີ່ມີຄຸນນະພາບ ແລະ ສາມາດປະຍຸກໃຊ້ແທ້ຈິງ

Time: 2024-01-20 Source: GUFL

    "ໜຶ່ງແລວໜຶ່ງເສັ້ນທາງ" ແມ່ນຖະໜົນສາຍໃຫຍ່ທີ່ຈີນໄດ້ແບ່ງປັນໂອກາດແລະວາງແຜນການພັດທະນາຮ່ວມກັບປະເທດຕ່າງໆໃນໂລກ. ເມື່ອການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ມີການຂະຫຍາຍຕົວເຂົ້າສູ່ລວງເລິກ, ການຮ່ວມມືລະຫວ່າງຈີນກັບບັນດາປະເທດຕາມແລວເສັ້ນທາງໄດ້ສະໜິດແໜ້ນຫຼາຍຂຶ້ນ ໃນຂົງເຂດການທ່ອງທ່ຽວ, ເສດຖະກິດ-ການຄ້າ, ຄົມມະນາຄົມຂົນສົ່ງ, ໂຄງລາງພື້ນຖານ ແລະດ້ານອື່ນໆ, ຊື່ງຈຳເປັນຕ້ອງອາໄສກຳລັງຄົນທີ່ມີຄວາມຮູ້ດ້ານພາສາຝຣັ່ງ ແລະມີສາຍຕາສາກົນ ເພື່ອເຂົ້າຮ່ວມກິດຈະການຕ່າງປະເທດແລະການແຂ່ງຂັນສາກົນ. ດັ່ງນັ້ນ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ເພີ່ມທະວີຄວາມແຂງແຮງໃນການພັດທະນາສາຂາວິຊາພາສາຝຣັ່ງ ເພື່ອຜະລິດຄົນທີ່ເປັນຄົນຖະໜັດໃນການປະຍຸກໃຊ້ທີ່ມີຄຸນນະພາບສູງ ຕອບສະໜອງຕໍ່ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

一审:覃海伦 二审:黄琦蔚 三审:梁淑辉