ເມື່ອບໍ່ດົນມານີ້ ການແຂ່ງຂັນຟ້ອນມັງກອນ-ສິງ ຂອງນັກສຶກສາມະຫາວິທະຍາໄລ ຄັ້ງທີ 5 ຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ປິດຉລົງທີ່ມະຫາວິທະຍາໄລໄບເຊີ້. ມີນັກກິລາຟ້ອນມັງກອນ-ສິງ ກວ່າ 500 ຄົນ ຈາກ 27 ສະຖາບັນອຸດົມສຶກສາຂອງກວາງຊີ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ການແຂ່ງຂັນແບ່ງເປັນ 2 ຫົວຂໍ້ໃຫຍ່ ຄື ຟ້ອນສິງໃຕ້ ແລະ ຟ້ອນມັງກອນ, ລວມ 10 ຫົວຂໍ້ນ້ອຍ, ມີ 3 ກຸ່ມການແຂ່ງຂັນ: ກຸ່ມ ກ (ມະຫາວິທະຍາໄລປະລິນຍາຕີ), ກຸ່ມ ຂ (ການສຶກສາຊັ້ນສູງ ແລະ ວິຊາຊີບ), ແລະ ກຸ່ມ ຄ (ສາຂາກິລາ).
ທີມມັງກອນ-ສິງ ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຮັບລາງວັນດັ່ງນີ້:
ອັນດັບ 1 ການແຂ່ງຂັນສິງໃຕ້ທ່າເລືອກ ປະເພດກຸ່ມ ກ
ອັນດັບ 1 ການແຂ່ງຂັນສິງໃຕ້ທ່າກຳນົດ ປະເພດກຸ່ມ ກ
ອັນດັບ 4 ການແຂ່ງຂັນສິງໃຕ້ແບບແຜນປະເພນີ ປະເພດຊາຍ ກຸ່ມ ກ
ອັນດັບ 4 ການແຂ່ງຂັນສິງໃຕ້ແບບແຜງປະເພນີ ປະເພດຍິງ ກຸ່ມ ກ