ໃນບໍ່ດົນມານີ້ ດຣ. ເຫວີຍຊ້ຽນປະທານສະພາບໍລິຫານ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ນຳຄະນະເດີນທາງໄປຍັງນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເພື່ອຢ້ຽມຢາມຜູ້ແທນສະມາຊິກສະມາຄົມນັກສຶກສາເກົ່າຊາວກຳປູເຈຍຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ພ້ອມທັງໄດ້ນຳຄຳອວຍພອນຈາກມະຫາວິທະຍາໄລໄປມອບໃຫ້ ແລະໄດ້ໃຫ້ກຳລັງໃຈຕໍ່ບັນດານັກສຶກສາເກົ່າ ໃຫ້ຍຶດໝັ້ນນໍ້າໃຈປະຕິບັດຄຳຂວັນປະຈຳມະຫາວິທະຍາໄລທີ່ວ່າ “ເກັບຮັກວິນຍານຈີນ ເປັນຄົນສາກົນທີ່ດີ” ກ້າຄິດກ້າເຮັດ ມຸ່ງໜ້າຜ່ານຜ່າອຸປະສັກ ພັດທະນາຕົນເອງ ສ້າງອະນາຄົດທີ່ສົດໃສໃນປະເທດກຳປູເຈຍ.