ວັນທີ 21 ເດືອນທັນວາ ເປັນວັນສ້າງຕັ້ງມະຫາວິທະຍາໄລເມໂຈ້ຂອງປະເທດໄທບັນຈົບຄົບຮອບ 90 ປີ. ມະຫາວິທະຍາໄລເມໂຈ້ແຫ່ງນີ້ ເປັນສະຖາບັນຮ່ວມມືກັບມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ປະເທດຈີນ ແລະທັງສອງສະຖາບັນມີຄວາມສຳພັນອັນໃກ້ຊິດກັນ. ດຣ.ຈູ້ກຸ້ຍລິງ ປະທານສະພາບໍລິຫານ ຊຶ່ງເປັນຜູ້ກໍ່ຕັ້ງຂອງມະຫາວິທະຍາໄລພາສາຕ່າງປະເທດ ກວາງຊີ ໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລເມໂຈ້ໃນນາມມະຫາວິທະຍາໄລ ແລະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກເຈົ້າຍິງສີຣິນທອນ ແຫ່ງລາຊະອານາຈັກໄທ ຜູ້ໄດ້ເຂົ້າຮ່ວມງານສະຫຼອງນີ້.