ໃນເດືອນກັນຍາ ປີ 2013 ທ່ານ ສີຈິ້ນຜິງ ປະທານປະເທດ ໄດ້ສະເໜີແນວຄິດຂໍ້ລິເລີ່ມອັນຍິ່ງໃຫຍ່ກ່ຽວກັບການຮ່ວມມືກັນສ້າງ "ແລວເສດຖະກິດເສັ້ນທາງສາຍໄໝ" ໃນຂະນະໄປຢ້ຽມຢາມປະເທດກາຊັກສະຖານ ແລະໃນເດືອນຕຸລາ ທ່ານກໍໄດ້ສະເໜີການຮ່ວມສ້າງ "ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21" ຂຶ້ນໃນປະເທດອິນໂດເນເຊຍ ທີ່ຮູ້ຈັກກັນໃນຊື່ລວມວ່າ “ໜຶ່ງແລວໜຶ່ງເສັ້ນທາງ”. ປະຈຸບັນ ຄົບຮອບ 10 ປີນັບຈາກການສະເໜີແນວຄິດນີ້ ເຊິ່ງເປັນຈຸດເວລາສໍາລັບການທົບທວນຄວາມສໍາເລັດໃນອະດີດ ແລະ ທັງເປັນຈຸດເລີ່ມຕົ້ນໂອກາດໃໝ່ໃນອະນາຄົດ. ໃນຊ່ວງ 10 ປີນີ້, ໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ດໍາເນີນການຢ່າງຕໍ່ເນື່ອງ ແລະໄດ້ສ້າງຜົນສໍາເລັດທີ່ແທ້ຈິງ ທັງມີຕໍ່ປະຊາຊົນ ແລະຊຸມຊົນຂອງປະເທດຕ່າງໆ ພາຍໃຕ້ໂຄງການນີ້. ຖືໂອກາດທີ່ຮ່ວມກັນສ້າງໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ”, ໃນ 10 ປີຜ່ານມານີ້ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ອາໄສທ່າແຮງທີ່ເປັນ “ຈຸດຕັດທາງໜຶ່ງແລວໜຶ່ງເສັ້ນທາງ ແລະພື້ນທີ່ເຊື່ອມໂຍງຂອງເສັ້ນທາງບົກແລະທາງທະເລ”, ໄດ້ເພີ່ມທະວີການສ້າງສາສີສັນໃນການພັດທະນາການສຶກສາຄວາມເປັນສາກົນ,ຊຸກຍູ້ມະຫາວິທະຍາໄລໃຫ້ມີການພັດທະນາຢ່າງມີຄຸນນະພາບສູງ.