ສື່ມວນຊົນຕ່າງໆ ເຊັ່ນ ເນັດເວີດຂ່າວກວາງຊີ(Guangxi News Network) ເປັນຕົ້ນໄດ້ລາຍງານຂ່າວການບໍລິການອາສາສະໝັກຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ທີ່ໄດ້ເຂົ້າຮ່ວມບໍລິການອາສາສະໝັກໃນງານກິລານັກນັກຮຽນ(ຊາວໜຸ່ມ)ທົ່ວປະເທດຄັ້ງທຳອິດ ແລະ ງານແຂ່ງຂັນລົດຖີບທາງຫຼວງທົ່ວໂລກຮອບກວາງຊີ.

Time: 2023-10-17 Source: GUFL

    ລະຫວ່າງວັນທີ 9-15 ເດືອນຕຸລາ ປີ 2023 ການແຂ່ງຂັນລົດຖີບທາງຫຼວງທົ່ວໂລກ ທ່ຽວຮອບກວາງຊີກຣີ(Gree Tour of Guangxi) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນເມືອງໜານໜີງ. ເພື່ອໃຫ້ງານແຂ່ງຂັນເປັນໄປຢ່າງສະດວກສະບາຍ, ຕາມຄໍາເຊີນຂອງຄະນະກໍາມະການຈັດງານ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ສົ່ງອາສາສະໝັກເຂົ້າຮ່ວມໃຫ້ບໍລິການໃນງານ. ໃນບໍລິເວນອາຄານນັ່ງແລະເຂດລໍຖ້າແຂ່ງຂັນ, ສີຂຽວ-ຂາວທີ່ໂດດເດັ່ນກວ່າໃຜ ແມ່ນເຄື່ອງແບບຂອງກຸ່ມ "ໜ່ອຍບໍລິການນ້ອຍໝາກມ່ວງຂຽວ" ຈຳນວນກວ່າ 700 ຄົນ ຈາກມະຫາວິທະຍາໄລ ກຳລັງອຸທິດແຮງງານໃຫ້ກັບງານແຂ່ງຂັນດ້ວຍຄວາມຕັ້ງໃຈ.