ຂ່າວຈາກສຳນັກຂ່າວຊິນຫົວ ລາຍງານ ຄູອາຈານແລະ ນັກສຶກສາ ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີທີ່ໄດ້ເຂົ້າຮ່ວມໃຫ້ບໍລິການອາສາສະໝັກໃນງານມະຫາກຳສິນຄ້າຈີນ–ອາຊຽນຢ່າງຕັ້ງໜ້າ| ສໍານັກຂ່າວຊິນຫົວ·ສົ່ງເສີມ ແລະ ຍົກລະດັບແພລດຟອມການເປີດກວ້າງລະຫວ່າງຈີນ–ອາຊຽນໃຫ້ແຂງແຮງຍິ່ງຂຶ້ນ.

Time: 2023-09-16 Source: GUFL

    ໃນວັນທີ 16 ເດືອນກັນຍາ ສຳນັກຂ່າວຊິນຫົວໄດ້ເຜີຍແຜ່ບົດຄວາມຈາກສັບປະດາຂ່າວສານ   “ຫລຽວມອງ” ໃນຫົວຂໍ້ “ສ້າງພື້ນຖານແລະຍົກລະດັບແພລດຟອມການເປີດກວ້າງຈີນ–ອາຊຽນ” ໂດຍໄດ້ທົບທວນເຖິງການພັດທະນາຂອງງານມະຫາກຳສິນຄ້າຈີນ–ອາຊຽນ ແລະ ການປະຊຸມສຸດຍອດຕ່າງໆ ຕະຫຼອດ 20 ປີທີ່ຜ່ານມາ ທີ່ໄດ້ປັບຕົວສອດຄ່ອງກັບສະພາບການໃໝ່ ແລະ ຍົກລະດັບການຮ່ວມມືຢ່າງຕໍ່ເນື່ອງ ຈົນກາຍເປັນແພລດຟອມສຳຄັນສຳລັບການເສີມສ້າງຄວາມເຂົ້າໃຈແລະຄວາມໄວ້ວາງໃຈ ພ້ອມທັງຊຸກຍູ້ການຮ່ວມມືໃນຫຼາຍດ້ານຢ່າງເປັນຮູບປະທຳ. ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ມີສ່ວນຮ່ວມຢ່າງກະຕືລືລົ້ນໃນການບໍລິການ ແລະ ເສີມສ້າງຄວາມຮ່ວມມືລະຫວ່າງຈີນ–ອາຊຽນ.