ໃນບໍ່ດົນມານີ້ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ຈະຕ້ອນຮັບນັກສຶກສາຕ່າງປະເທດຊຸດທຳອິດຈຳນວນໃກ້ 200 ຄົນ ທີ່ຈະມາສຶກສາທີ່ມະຫາວິທະຍາໄລເຮົາ. ນັກສຶກສາກຸ່ມນີ້ມາຈາກມະຫາວິທະຍາໄລເມໂຈ້ປະເທດໄທ, ມະຫາວິທະຍາໄລຫົວສຽວສະເຫຼີມພະກຽດ ແລະມະຫາວິທະຍາໄລພາກເໜືອກຸງເທບ, ລວມທັງມະຫາວິທະຍາໄລຈາກປະເທດຫວຽດນາມ ແລະປະເທດອື່ນໆ. ພວກເຂົາຈະເຂົ້າຮຽນທີ່ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ວິທະຍາເຂດສະໜາມບິນ ໃນໂຄງການຮຽນປະລິນຍາຕີເປັນເວລາ 4 ປີ ຫຼື ຮຽນພັດທະນາພາສາຈີນເປັນເວລາ 1 ປີ.