ໃນບໍ່ດົນທີ່ຜ່ານມາ ການແຂ່ງຂັນກ່າວປາໄສພາສາຫວຽດນາມ "ຂັນຊື້ຖູ" ຂອງນັກສຶກສາທົ່ວປະເທດຄັ້ງທີ 10 ແລະ ການສຳມະນາວ່າດ້ວຍການສອນພາສາຫວຽດນາມ ໄດ້ປິດລົງຢ່າງຈົບງາມທີ່ມະຫາວິທະຍາໄລກວາງຊີ. ການແຂ່ງຂັນນີ້ມີນັກສຶກສາ 105 ຄົນ ຈາກມະຫາວິທະຍາໄລ 25 ແຫ່ງທົ່ວປະເທດເຂົ້າຮ່ວມ.ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ສົ່ງນັກສຶກສາວິຊາພາສາຫວຽດ 5ຄົນເຂົ້າຮ່ວມ ແລະສາມາດຄວ້າລາງວັນຫຼາຍລາງວັນດັ່ງນີ້:ທ້າວ ເຈິ້ງຊືຊຽງ ຮັບລາງວັນທີ 1 ຂອງກຸ່ມປີທີ 3;ທ້າວ ຮວງຈີ້ຊ້ວງ ຮັບລາງວັນທີ 2 ຂອງກຸ່ມປີ 3;ນາງ ເພີງລູ້ ຮັບລາງວັນທີ 2 ຂອງກຸ່ມປີ 2;ນາງ ຮວງຊຸຍເຟີ້ງ ຮັບລາງວັນທີ 3 ຂອງກຸ່ມປີ 2;ນາງ ຢາງ ອາຄິວ ຮັບລາງວັນດີເດັ່ນຂອງກຸ່ມປີ 4.