ໃນບໍ່ດົນມານີ້ ການແຂ່ງຂັນກິລາເຕັ້ນອອກກໍາລັງກາຍຂອງນັກສຶກສາມະຫາວິທະຍາໄລ ຄັ້ງທີ 2 ກວາງຊີ ໄດ້ຈັດຂຶ້ນຢູ່ເມືອງໜານໜີງ. ທີມ “ເມ້ອິງຊິນມົງ” ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ເປັນຕົວແທນເຂົ້າຮ່ວມແຂ່ງຂັນ ແລະ ສາມາດສະແດງຄວາມສາມາດໄດ້ຢ່າງຍອດຢ້ຽມ ໂດຍຄວ້າຮາງວັນຊະນະເລີດໄດ້ 4 ລາງວັນ ແລະ ຮັບລາງວັນຮອງຊະນະເລີດ 1 ລາງວັນ.