ໜັງສືພິມລາຍວັນກວາງຊີ | ນັກສຶກສາຕ່າງປະເທດເລີ່ມທະຍອຍກັບຄືນສູ່ກວາງຊີ ເປີດຕົວຊີວິດໃນມະຫາວິທະຍາໄລອີກຄັ້ງ ປູທາງເຂົ້າໃຈກັນລະຫວ່າງປະຊາຊົນໂດຍຜ່ານການແລກປ່ຽນວັດທະນະທຳ

Time: 2023-03-30 Source: GUFL

        ເນື່ອງຈາກການປັບປຸງແລະຜ່ອນຜັນນະໂຍບາຍການຄວບຄຸມໂລກລະບາດໃນປະເທດຈີນ ການຕິດຕໍ່ລະຫວ່າງປະເທດໄດ້ກັບຄືນສູ່ຄວາມສະດວກອີກຄັ້ງ ເຮັດໃຫ້ນັກສຶກສາຕ່າງປະເທດຈໍານວນຫຼາຍທະຍອຍກັບຄືນມາຍັງກວາງຊີ ແລະເລີ່ມດໍາລົງຊີວິດໃນມະຫາວິທະຍາໄລອີກຄັ້ງ. ນາງ ຈ່າງຝູ ນັກສຶກສາຊາວໄທ ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ກໍຈະຈົບການສຶກສາໃນບໍ່ຊ້ານີ້. ປັດຈຸບັນ ນາງສາມາດໃຊ້ພາສາຈີນໄດ້ຂ້ອນຂ້າງຫຼ່ຽນໄຫຼ ແລະມີແຜນການອາຊີບຂອງໂຕເອງຢ່າງຊັດເຈນ. “ຫຼັງຈາກຈົບການສຶກສາ ຂ້ອຍຢາກພັດທະນາຕົນເອງຢູ່ໃນປະເທດຈີນ” ນາງກ່າວກັບນັກຂ່າວ. ນາງຕັ້ງໃຈວ່າ ຈະເປັນຜູ້ດໍາເນີນລາຍການຜ່ານເຄືອຂ່າຍອອນລາຍ ເພື່ອແບ່ງປັນປະສົບການຊີວິດໃນຈີນຂອງນາງໃຫ້ຄົນອື່ນໆໄດ້ຮັບຮູ້ ແລະສົ່ງເສີມຄວາມເຂົ້າໃຈລະຫວ່າງວັດທະນະທຳໄທ-ຈີນ ໂດຍເປັນທູດດ້ານການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

一审:覃海伦 二审:黄琦蔚 三审:梁淑辉