ວັນທີ 16 ກຸມພາ, ການປະຊຸມຜ່ານວິດີໂອສຳລັບການແລກປ່ຽນແລະການຈັບຄູ່ດ້ານອຸດສາຫະກຳ ລະຫວ່າງສະພາຜູ້ແທນປະຊາຊົນເມືອງນານນິງ ແລະສະພາເມືອງໂມເຣເລຍ ປະເທດແມັກຊິໂກ ໄດ້ຈັດຂຶ້ນຢູ່ຫໍປະຊຸມປະຊາຊົນເມືອງນານນິງ. ທ່ານເຝີງເສຈຸ່ນ, ປະທານຄະນະກໍາມະທິການສະພາຜູ້ແທນປະຊາຊົນເມືອງນານນິງ ແລະທ່ານມາທີນເນຊ ຈາກເມືອງໂມເຣເລຍ ໄດ້ນໍາຄະນະຕົນຊຶ່ງປະກອບດ້ວຍການນໍາຈາກອົງການນິຕິບັນຍັດ, ພາກລັດ ແລະທຸລະກິດຕ່າງໆ ມາແລກປ່ຽນ ແລະຈັບຄູ່ຢ່າງມີເນື້ອຫາ.ອາຈານ ເຫວີຍຊຽວເສຍ, ຄູສອນວິຊາພາສາແອດສະປາຍ ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຮັບເຊີນໃຫ້ປະກອບຫນ້າທີ່ແປພາສາໃຫ້ທ່ານ ເຝີງເສຈຸ່ນທີ່ໜ້າງານ ໃນພາສາແອດສະປາຍ.