ໃນວັນທີ 17 ກຸມພາ ມະຫາວິທະຍາໄລເມໂຈ້ປະເທດໄທ ໄດ້ຈັດພິທີມອບປະລິນຍາເອກກິຕິມະສັກຢ່າງມີກຽດໂດຍມີເຈົ້າຍິງຈຸລາພອນ ຈາກປະເທດໄທ ເປັນປະທານມອບໃບປະລິນຍາເອກກິຕິມະສັກໃຫ້ແກ່ ນາງ ຈູ່ກຸ້ຍລິງ ປະທານສະພາຜູ້ກໍຕັ້ງມະຫາວິທະຍາໄລພາສາຕ່າງປະເທດກວງຊີຈີນ. ໃນພິທີດຽວກັນນັ້ນ ທ່ານ ພັນຄຳ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະຜູ້ນໍາຈາກປະເທດຕ່າງໆໃນພາກພື້ນອາຊຽນ ກໍໄດ້ຮັບປະລິນຍາເອກກິຕິມະສັກເຊັ່ນກັນ.