ສຳນັກຂ່າວໄຊນາມີເດຍກຼຸບ CRI ອອນໄລ | ຄະນະກຳມະການສະພາປຶກສາການເມືອງ ກວາງຊີ ທ່ານ ເຫວີຍຊ້ຽນ: ເພີ່ມທະວີການຮ່ວມມືດ້ານການສຶກສາກັບປະເທດອາຊຽນ ເພື່ອພັດທະນາບຸກຄະລາກອນທີ່ມີຄວາມເປັນສາກົນໃຫ້ໄດ້ຫຼາຍຂຶ້ນ.

Time: 2023-01-15 Source: GUFL

         ລາຍງານຈາກຊ່ອງໂທລະພາບ International Online ສາຂາກວາງຊີ: ໃນວັນທີ 12 ມັງກອນ, ນາງເຫວີຍຊ້ຽນ ສະມາຊິກສະພາປຶກສາການເມືອງກວາງຊີ ແລະເປັນປະທານສະພາບໍລິຫານຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ, ໄດ້ໃຫ້ສຳພາດກັບສື່ມວນຊົນໂດຍກ່າວວ່າ: ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ທຸ່ມເທໃນການສົ່ງເສີມການແລກປ່ຽນ ແລະ ຮ່ວມມືດ້ານການສຶກສາລະດັບສາກົນມາໂດຍຕະຫຼອດ.ມະຫາວິທະຍາໄລສາມາດມີສ່ວນຮ່ວມສຳຄັນໃນການຊ່ວຍໃຫ້ກວາງຊີຂະຫຍາຍການຮ່ວມມືກັບປະເທດອາຊຽນດ້ານການສຶກສາ ແລະ ສ້າງຍີ່ຫໍ້ “ສຶກສາຮໍ່າຮຽນຢູ່ກວາງຊີ” ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ.

一审:覃海伦 二审:黄琦蔚 三审:梁淑辉