ສະມາຄົມນັກສຶກສາເກົ່າປະເທດໄທ ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ: ເຮັດໜ້າທີ່ເປັນຂົວຕໍ່ໃນການສື່ສານລະຫວ່າງມະຫາວິທະຍາໄລແມ່ ແລະ ນັກສຶກສາເກົ່າ

Time: 2025-08-21 Source: GUFL

ເດືອນກໍລະກົດ ປີ 2014, ສະມາຄົມນັກສຶກສາເກົ່າປະເທດໄທ ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຖືກສ້າງຕັ້ງຢ່າງເປັນທາງການ ທີ່ນະຄອນບາງກອກ ປະເທດໄທ.

ເນື່ອງໃນໂອກາດວັນສ້າງສາຍພົວພັນທາງການທູດຈີນ-ໄທບັນຈົບຄົບຮອບ 50 ປີ, ສະມາຄົມນັກສຶກສາເກົ່າປະເທດໄທ ຂອງວິທະຍາໄລພາສາຕ່າງປະເທດກວາງຊີ ກໍໄດ້ເຂົ້າສູ່ປີທີ 11 ຂອງການສ້າງຕັ້ງ. ນັບແຕ່ການສ້າງຕັ້ງໃນນະຄອນບາງກອກໃນປີ 2014, ສະມາຄົມນັກສຶກສາເກົ່ານີ້ໄດ້ຢຶດໝັ້ນຄຳຂວັນປະຈຳມະຫາວິທະຍາໄລທີ່ວ່າ “ວິນຍານຊາດຈີນ ນໍ້າໃຈສາກົນ” ແລະ ແນໃສ່ວັດຖຸປະສົງທີ່ວ່າ “ຮັບໃຊ້ນັກສຶກສາເກົ່າ, ຕອບແທນມະຫາວິທະຍາໄລແມ່, ເສີມສ້າງການແລກປ່ຽນຈີນ–ໄທ” ສະມາຄົມໄດ້ສ້າງເວທີ, ເສີມຄວາມຮ່ວມມື, ມີສ່ວນຮ່ວມໃນວຽກສາທາລະນະ, ແລະ ກາຍເປັນກຳລັງສຳຄັນໃນການເຊື່ອມໂຍງມະຫາວິທະຍາໄລແມ່ກັບນັກສຶກສາເກົ່າທີ່ຢູ່ຕ່າງປະເທດ ແລະ ສົ່ງເສີມໄມຕີຈິດມິດຕະພາບຈີນ–ໄທ.

一审:覃海伦 二审:黄琦蔚 三审:梁淑辉