
ໃນຊ່ວງເຄິ່ງປີທຳອິດປີ 2025 ສະຖາບັນປະເມີນມະຫາວິທະຍາໄລຝ່າຍທີສາມໃນປະເທດ ຄື ເວັບໄຊ້ສະມາຄົມນັກສຶກສາເກົ່າ Airuishen (Cuaa.net) ໄດ້ປະກາດການຈັດອັນດັບໃໝ່ຂອງມະຫາວິທະຍາໄລຈີນປີ 2025, ອັນດັບວິຊາສະເພາະສຸດຍອດຂອງມະຫາວິທະຍາໄລຈີນປີ 2025 ແລະ ອັນດັບວິຊາສະເພາະຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີປີ 2025. ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ຕັ້ງຢູ່ເມືອງໜານໜີງ, ກວາງຊີ ຂອງ ສ.ປ. ຈີນ ແລະເປັນມະຫາວິທະຍາໄລເອກະຊົນດ້ານພາສາ.
ໃນອັນດັບມະຫາວິທະຍາໄລເອກະຊົນຈີນ 2025 ທີ່ສະມາຄົມນັກສຶກສາເກົ່າຈັດຂຶ້ນມານັ້ນ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຈັດຢູ່ອັນດັບທີ 75 ໃນທົ່ວປະເທດ, ຢູ່ອັນດັບທີ 11 ໃນບັນດາມະຫາວິທະຍາໄລເອກະຊົນດ້ານພາສາຂອງຈີນ ແລະຢູ່ອັນດັບທີ 1 ໃນມະຫາວິທະຍາໄລເອກະຊົນໃນເຂດກວາງຊີ. ໃນການຈັດປະເພດມະຫາວິທະຍາໄລ 2025, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຖືກຄັດເລືອກເຂົ້າກຸ່ມມະຫາວິທະຍາໄລປະເພດປະຍຸກ ແລະ ໄດ້ຮັບການປະເມີນເປັນ "ມະຫາວິທະຍາໄລປະເພດປະຍຸກຂອງຈີນ". ໃນອັນດັບດາວ 2025 ຂອງສະມາຄົມນັກສຶກສາເກົ່າ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີໄດ້ຮັບນາມມະຍົດເປັນ "ມະຫາວິທະຍາໄລປະເພດປະຍຸກລະດັບ 3 ດາວ" (3★) ແລະ ໄດ້ເຂົ້າແຖວມະຫາວິທະຍາໄລທີ່ມີຊື່ສຽງທົ່ວປະເທດຈີນ ແລະ ຊັ້ນນຳໃນພາກພື້ນ.
ໃນການຈັດອັນດັບວິຊາສະເພາະສຸດຍອດ(ປະເພດປະຍຸກໃຊ້) ປີ 2025 ຂອງສະມາຄົມນັກສຶກສາເກົ່າ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ມີວິຊາສະເພາະ 2 ວິຊາໄດ້ຮັບການປະເມີນເປັນວິຊາລະດັບ 5 ດາວ (5★), 6 ວິຊາເປັນລະດັບ 4 ດາວ (4★), ແລະ 5 ວິຊາເປັນລະດັບ 3 ດາວ (3★). ໃນອັນດັບການແບ່ງລະດັບວິຊາສະເພາະ 2025 ຂອງຈີນ,ມະຫາວິທະຍາໄລມີ 1 ສາຂາໄດ້ຮັບ A++, 2 ວິຊາໄດ້ຮັບ A+, 1 ວິຊາໄດ້ຮັບ A, 5 ວິຊາໄດ້ຮັບ B++, ແລະ 5 ວິຊາໄດ້ຮັບ B+, ຊຶ່ງໄດ້ຈັດຢູ່ໃນແຖວໜ້າຊັ້ນນຳຂອງມະຫາວິທະຍາໄລເອກະຊົນທົ່ວປະເທດ.