
ເນື່ອງໃນໂອກາດວັນໄຫວ້ພະຈັນບັນຈົບຄົບຮອບອີກວາລະໜຶ່ງ ນັກສຶກສາຕ່າງປະເທດ 100 ກວ່າຄົນທີ່ມາຈາກປະເທດໄທ,ຫວຽດນາມ,ມົງໂກນ ໄດ້ຮ່ວມກັນສ້າງສັນກັບນັກສຶກສາຈີນໂດຍຜ່ານກິດຈະກຳ “ເລົ່ານິທານບຸນໄຫວ້ພະຈັນ,ເຮັດຂະໜົມໄຫວ້ພະຈັນ,ໂຍນໃສ່ໂຖ,ເຮັດໂຄມໄຟ,ຫຼິ້ນກຸດໂຊງ” ເພື່ອສຳຜັດຄວາມໝາຍອັນເລິກເຊິ່ງຂອງບຸນໄຫວ້ພະຈັນ,ຮຽນຮູ້ເຂົ້າໃຈວັດທະນະທຳອັນຫຼາກຫຼາຍ,ຜູກພັນຄວາມຮັກແພງໄມຕີຈິດມິດຕະພາບ.